ເຮົາມີ ເຂົ້າໝຽວ ແຈ່ວປອງ ທີ່ພ້ອມ ໃຫ້ເຈົ້າໄດ້ຊີມ ແຊບຫຼາຍໆ
ບໍ່ວ່າ ເປັນລາບ ຫຼືກ້ອຍ ອາຫານ ລາວມີ ເປັນຮ້ອຍ ແຊບຫຼາຍໆ
ຖ້າວ່າເຈົ້າໄດ້ຊີມ ເຈົ້າຕ້ອງບອກວ່າແຊບໆ
If you taste it then You must say zaep zaep
ບໍ່ຕ້ອງຄິດຫຍັງຫຼາຍ ເພາະວ່າມັນແຊບໆ
Lao food we got you zaep laiy zaep laiy
MCBK Verse
ວັດທະນາທໍາລາວ ມີມາຫຼາຍຮ້ອຍປີ
ຄຽງຄູ່ກັບອາຫານ ທີ່ຂື້ນຊື່ຊັ້ນດີ
ຂໍກາຣັນຕີ ຢາກໃຫ້ເຈົ້າໄດ້ລອງ
ຖ້າອາຫານພາກໃຕ້ ຕ້ອງແມ່ນລາບໜາກຈ່ອງ
ຂັບລົດຊົມວີວ ໄປກິນກາເຟປາກຊ່ອງ
ຊວນຊີມຂີ່ຊາ ຫຼືວ່າລາບປາຕອງ
ຖ້າວ່າເຫຼົາລົດດີ ຕ້ອງແມ່ນເຫລົາຂາວເມືອງຄົງ
ຂອງແກ້ມກາຣັນຕີ ຕ້ອງແມ່ນປິງໄກ່ນາປົ່ງ
ມາເພຍ ເບຍລາວ ກິນກັບຜູ້ສາວກໍ່ຕ້ອງຈິ່ງໃຈ
ຂອງຫວານ ຂອງຄາວ ລອງຍາມໃດກໍ່ຕ້ອງຍາວໄປ
ຄົນລາວເຮົາຕ້ອງກິນເຂົ້າຮວມພາ
ແຂກໄປແຂກມາ ພາກິນເຂົ້າແຫນວຕິບໃຫຍ່
ປະເພນີລາວທີ່ສືບທອດກັນມາ
ເຮົາຍັງຮັກສາໄວ້ ໃຫ້ກັບຄົນລຸ້ນໃຫມ່
Welcome to lao ຂ້ອຍຈະພາເຈົ້າໄປຊົມ
ນອກຈາກວັດທະນາທໍາ ຕ້ອງມາພ້ອມເລື່ອງອາຫານ
ມູນເຊື່ອອັນດີງາມ ມິດໄມຕີຂອງຜູ້ຄົນ
ເຮົາມາຟ້ອນລໍາວົງ ກິນຕໍາສົ້ມທີ່ຈັດຈ້ານ
ໄປແວ່ກິນໂລຕີຢູ່ທີ່ເມືອງວັງວຽງ
ເປັນອີກເມືອງເດັ່ນ ເມືອງທີ່ມີຊື່ສຽງ
ຫາກວ່າທ້ອງເຈົ້າຫວ່າງກໍລອງກິນໝາກກ້ຽງ
ແລະຍັງມີສົ້ມປາ ຢາກໃຫ້ເຈົ້ານັ້ນໄປຊິມ
ກິນໄຄແຜ່ນ ຢູ່ທີ່ຫຼວງພະບາງ
ກິນເອາະຫຼາມ ຢູ່ທີ່ຕາດກວາງຊີ
ເຂົ້າໜຽວຮ້ອນເອົາມາຄຸ້ຍແຈ່ວບອງ
ໄປລ່ອງເຮືອຢູ່ນ້ໍາຂອງ ກໍມີຕ້ອງຕໍາສົ້ມ
ມາໆ ເຂົ້າແລງຝືນແຊບ ຕ້ອງຢູ່ຫຼວງນ້ໍາທາ
ເດີນທາງໂຄດງ່າຍ ພຽງເຈົ້າຂື້ນນັ່ງລົດໄຟ
ມາກິນເບຍເກາະແຂນ ເຮົາມ່ວນສຸດລະກ້າ
ອາຫານລາວມີຫຼາກຫຼາຍ ບໍ່ວ່າພາກ ເໜືອ ກາງ ໃຕ້
ຢາກໃຫ້ເຈົ້າລອງໄປ ຮັບຮອງວ່າເຈົ້າຈະຕິດໃຈ ລະຕິດໃຈ
ແຊບສຸດ ແຊບສຸດ ອາຫານບ້ານຂ້ອຍນັ້ນແຊບສຸດ
ແຊບສຸດ ແຊບສຸດ ອາຫານບ້ານຂ້ອຍນັ້ນແຊບທີ່ສຸດ
还没有收藏。点右下角的星星按钮,就能把当前页面收进来(只保存在这个浏览器里)。